ຄອມພິວເຕີ (ຄຳເຄົ້າ: ຄອມພິວເຕີຣ໌, ອັງກິດ: computer) ຫຼື ອອກດີນາເຕີ (ຝຣັ່ງ: ordinateur) ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ, ຄິດໄລ່ ແລະປະມວນຜົນ ທີ່ມີຄວາມຊັບຊ້ອນ. ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ (Program) ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ. ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ (Process) ຂໍ້ມູນ ທີ່ລວມມີທັງ ໂຕເລກ, ໂຕໜັງສື, ຮູບພາບ ຫຼື ສຽງ.
ຄອມພິວເຕີ ມີເປັນຫຼາຍໆຂະໜາດ. ຄອມພິວເຕີໃນຍຸກເລີ່ມຕົ້ນນັ້ນ ຈະມີຂະໜາດເທົ່າກັບຫ້ອງໃຫຍ່ຫ້ອງໜຶ່ງ ແລະໃນຄອມພິວເຕີທີ່ມີຂະໜາດໃຫຍ່ ດັ່ງກ່າວກໍ່ຍັງມີຢູ່ ເຊັ່ນ "ຊຸບເປີຄອມພິວເຕີ" (Super Computer) ທີ່ໃຊ້ສຳຫຼັບຄິດໄລ່ ທາງວິທະຍາສາດໃດໜຶ່ງ ທີ່ມີຄວາມຊັບຊ້ອນຫລາຍ ເຊັ່ນ ການພະຍາກອນອາກາດ, ການວິເຄາະໂມເລກຸນ; "ເມນເຟຣມ" (Mainframe) ທີ່ ໃຊ້ສຳຫຼັບຄິດໄລ່ ການຊຳລະສະສາງ ໃນ ບໍລິສັດໃຫຍ່ໆ. ຄອມພິວເຕີທີ່ນ້ອຍກ່ວານັ້ນ ແລະ ເພື່ອການນຳໃຊ້ສ່ວນບຸກຄົນ ເອີ້ນວ່າ "ຄອມພິວເຕີສ່ວນບຸກຄົນ" (Personal Computer) ແລະ ຄອມພິວເຕີ ທີ່ສາມາດຖືຕິດໂຕໄປມາໄດ້ ເຊັ່ນ "ໂນດບຸກ"(Notebook computer). ນອກຈາກນີ້ ມັນຍັງມີ ຄອມພິວເຕີນ້ອຍໆ ທີ່ຖືກໃຊ້ ເພື່ອຄວບຄຸມບັນຊາ ເຄື່ອງຈັກ ທີ່ໃຫຍ່ກ່ວາ ເຊັ່ນ ກ້ອງດີຈີຕອລ, ຍົນ ແລະອື່ນໆ
➾ ຍຸກທີ 2: (ຄ.ສ 1959-1964) ເປັນຍຸກຄອມພິວເຕີທີ່ໃຊ້Transistor ເປັນວົງຈອນ ແລະ ໃຊ້ວົງແຫວນແມ່ເຫລັກເປັນຫນ່ວຍຄວາມ ຈໍາ ເຮັດໃຫ້ໂຕເຄື່ອງນ້ອຍກວ່າຍຸກທໍາອິດ ໃຊ້ໄຟຟ້າຫນ້ອຍລົງ ແລະມີຄວາມຊັດ ເຈນໃນການປະມວນຜົນຫລາຍຂຶ້ນ.ການພັດທະນາຂອງ
➾ ຍຸກທີ 3: (ຄ.ສ 1965-1970) ເປັນຍຸກທີ່ໃຊ້ວົງຈອນ IC (Integrated Circuit) ເຊິ່ງນໍາໃຊ້ສານເຄິ່ງຕົວນໍາມາບັນຈຸວົງຈອນ Logicໄວ້ແລ້ວພິມລົງແຜ່ນຊິລິຄອນ (Silicon) ເອີ້ນວ່າ “Chip
➾ ຍຸກທີ 4: (ຄ.ສ 1971-1980) ເປັນຍຸກທີ່ໃຊ້ວົງຈອນ LSI (Large- Scale Integrated Circuit) ເປັນການລວມເອົາວົງຈອນ IC ຫລາຍໆໂຕມາໄວ້ໃນ Chip ນຶ່ງອັນ ເຊິ່ງໃນຍຸກນີ້ເອງທີ່ CPU ຫລື Micro Processor ຖືກໍາເນີດຂຶ້ນ.
➾ ຍຸກທີ 5: (ຄສ 1981-ປັດຈຸບັນ) ເປັນຍຸກຄອມພິວເຕີທີ່ໃຊ້ວົງຈອນ VLSI (Very Large-Scale Integrated Circuit)ເປັນການ ພັດທະນາ Microprocessor ໃຫ້ມີປະສິດທິພາບເພີ່ມຂຶ້ນອີກ.
ไม่มีความคิดเห็น:
แสดงความคิดเห็น